ໂດຍ ບັນດານ ສີສຸນທອນ B. Sisounthone
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 15/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 15/11/2009 14:30 TU
ມື້ວານນີ້, ຍານາງ ຮິນລາຣີ່ ກລິງຕັນ ລັຖມົນຕຣີ ການຕ່າງປະເທດ ອາເມຣິກາ ໄດ້ສົນທະນາ ກັບຄູ່ຕຳແໜ່ງ ຈີນ ທ່ານ ຢັງ ຈິເອຈິ ເປັນພິເສດ ຄຽງຂ້າງ ກອງປະຊຸມ ອາເປັກ ກ່ຽວກັບ ການປ່ຽນແປງ ອຸ່ນຫະພູມໃນອາກາດ, ເຣື້ອງ ນິວຄເລັຽ ເກົາຫຼີເໜືອ ແລະ ອິຣານ.
ສ່ວນປະທານາທິບໍດີ ໂອບາມາ ຫລັງຈາກ ຢ້ຽມຢາມ ຍີ່ປຸ່ນແລ້ວ ມາເຖີງ ສິງກະໂປ ໃນຕອນແລງ ວັນເສົາ ເພື່ອຮ່ວມ ກອງປະຊຸມ ອາຊີ ປາຊີຟິກ, ຫລັງຈາກນັ້ນ ທ່ານຈະໄປຢ້ຽມຢາມ ຈີນ ສຳຫລັບ 4 ມື້ ໂດຍຈະເລີ້ມ ຢ້ຽມນະຄອນຊຽງໄຮ້ ໃນຕອນແລງມື້ນີ້, ກ່ອນຈະໄປ ນະຄອນຫລວງ ປັກກິງ ຕໍ່.
ຫົວຂໍ້ສຳຄັນ ທີ່ຈະການສົນທະນາ ໃນໂອກາດ ການຢ້ຽມຢາມ ສປ ຈີນ ເປັນທາງການ ຄັ້ງທຳອິດ ລະຫວ່າງ ທ່ານ ບາຣັກ ໂອບາມາ ແລະ ທ່ານ ຫູ ຈິນທ່າວ, ມີດັ່ງນີ້ :
1/- ອຸ່ນຫະພູມ
ຈີນ ແລະ ອາເມຣິກາ 2 ປະເທດທີ່ ສ້າງຄວາມເປື້ອນເປິ້ ຫລາຍທີ່ ສຸດ ກ່ວາໝູ່ໃນໂລກ ດ້ວຍການສົ່ງອາຍພິດ ແກ໊ສ ກ໊າກບ່ອນ (CO2) ໄສ່ອາກາດ ບໍ່ຕໍ່າກວ່າ 40% ແລະຖືວ່າ ເປັນປະເທດທີ່ ມີຄວາມ ສຳຄັນ ເພື່ອຈະໄດ້ຮັບ ການຕົກລົງ ວ່າດ້ວຍ ສົນທິສັນຍາ ການຜ່ອນ ອາຍພິດ ໃນຕອນກອງປະຊຸມສຸດຍອດ ທີ່ຈະຈັດຂື້ນ ໃນເດືອນໜ້ານີ້ ທີ່ກຸງ ໂກເພີ່ນນາກ.
ແຕ່ວ່າ ຈີນ ຍັງປະຕິເສດ ບໍ່ທັນຮັບ ເອົາມາຕການ ທີ່ບົ່ງ ໃຫ້ລຸດຜ່ອນ ອາຍພິດ ແບບເປັນ ອັຕຣາ (ຕົວເລກ ເປັນ ເປີເຊັນ) ນັ້ນເທື່ອ ໂດຍ ໂຍນຄວາມຜິດໃສ່ ບັນດາ ປະເທດທີ່ ມີການ ພັທະນາສູງ ວ່າຄວນ ຄວາມຮັບຜິດຊອບ ເພາະໄດ້ທຳຄວາມເປື້ອນເປິ້ ໃນອະດີດ ມາຫລາຍ ແລ້ວ.
ອີງຕາມສ້ຽວຊານນັ້ນ ຄາດວ່າ ອາເມຣິກາ ກໍເຊັນດຽວກັບຈີນ ອາຈະບໍ່ ຮັບ ການບົ່ງອັຕຣາ ເປັນຕົວເລກ ໃນການລົດ ອາຍພິດ ຫຼື ອາຈະບໍ່ ຮັບໃຫ້ ການຊ່ວຍເຫຼືອແກ່ ປະເທດທີ່ ກຳລັງພັທະນາ ເພື່ອຕໍ່ຕ້ານກັບ ຄວາມອົບເອົ້າ ໃນອາກາດ.
2/- ການຄ້າ
ອາເມຣິກາ ແລະ ຈີນ ພ້ອມທີ່ຈະແກ້ບັນຫາ ທາງດ້ານການຄ້າ ດ້ວຍ ການ ສອບສວນຫາຂໍ້ຂໍ້ມູນ ທີ່ຄັດແຍ້ງກັນ ກ່ຽວກັບ ຕີນລົດ, ເຫລັກ ແລະ ລົດຍົນ. ຈີນ ຕູ່ກ່າວຫາ ອາເມຣິກາ ວ່າ ໃຊ້ລະບົບປ້ອງກັນ ສິນຄ້າຂອງຕ່າງປະເທດ.
3/- ອັຕຣາ ເງີນຢວນ ແລະ ເງີນໂດລາ
ອາເມຣິກາ ຮຽກຮ້ອງ ໃຫ້ ຈີນ ປ່ອຍຄຸນຄ່າ ຂອງເງີນຢວນ ລອຍຕາມການໝູນວຽນ ຂອງຕລາດ, ໂດຍຖືວ່າ ຈີນໄດ້ໃຊ້ນະໂຍບາຍ ລົດຄ່າຂອງ ເງີນຢວນ ໃຫ້ຢູ່ໃນລະດັບຕໍ່າ ໂດຍບໍ່ຖືກຕ້ອງ ຕາມຄວາມເປັນຈິງ ມາໄດ້ຫລາຍປີແລ້ວ ອັນອຳນວຍປະໂຍດ ໃຫ້ຈີນ ສາມາດ ສົ່ງສິນຄ້າອອກ ຈົນຖ້ວມຕະລາດໂລກ.
4/- ນິວຄເລັຽ ເກົາຫຼີເໜືອ.
ອາເມຣິກາ ແລະ ຈີນ ທັງສອງ ຮ່ວມຢູ່ໃນພາຄີເຈຣະຈາ ຂອງ 6 ປະເທດ. ອາເມຣິກາ ຕ້ອງການ ຈີນ, ໃນຖານະ ເປັນຜູ່ ອູ້ມຊູ່ ເກົາຫຼີເໜືອ ມາຕລອດ, ໃຫ້ຊ່ວຍ ເພື່ອໃຫ້ບັນລຸເຖີງ ເປົ້າໝາຍ ຂອງການທັບມ້າງ ສູນພະລັງງານ ນິວຄເລັຽ ຂອງປະເທດດັ່ງກ່າວນີ້, ຊຶ່ງການເຈຣະຈາ ໄດ້ຖືກຢຸດ ສງັກ ມາແຕ່ເດືອນ ເມສາ ແລ້ວນີ້.
5/- ນິວຄເລັຽ ອິຣານ
ອາເມຣິກາ ກົດດັນ ຈີນ ເພື່ອໃຫ້ລົງໂທດຕໍ່ ອິຣານ ເພີ້ມຕື່ມ ຫລັງ ຈາກ ປະເທດນີ້ ບໍ່ຍອມຮັບ ຍັດຕິຂອງ ສະພາຄວາມໝັ້ນຄົງ ສຫປ ຊາຊາດ, ແລະບໍ່ຍອມລົດທິດຖິ ໃນການກັ່ນທາດ ອູຣານຽມ.
6/- ສິດທິມະນຸດ
ນະໂຍບາຍການປົກຄອງໃໝ່ ອາເມຣິກາ ພາຍໃຕ້ ການນຳພາ ຂອງ ທ່ານ ໂອບາມາ ນີ້ ໄດ້ເລືອກ ເອົານະໂຍບາບ ແບບອ່ອນໂຍນ ກ່ຽວ ກັບ ດ້ານສິດທິມະນຸດ ເພື່ອໃຫ້ເປັນປະໂຍດໃນການພົວພັນ ແບບມີ ລັກຊນະ ສ້າງສັນ, ຄົນຖ້ວນ ແລະ ເປັນແກ່ນສັນ ໃນການຮ່ວມມື. ທ່ານ ໂອບາມາ ຕ້ອງການ ຍົກບັນຫານີ້ ຄືນມາສົນທະນາໃໝ່ ກັບ ຈີນ ໂດຍມີຄວາມໝອງໃຈຫຍັງໝົດ.
ຂ່າວສຳຄັນປະຈຳວັນ
22/01/2010 10:50 TU
20/01/2010 12:13 TU
ບົດວິເຄາະ
19/11/2009 13:43 TU
ຂ່າວອື່ນໆ