ໂດຍ ບັນດານ ສີສຸນທອນ B. Sisounthone
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 15/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 15/11/2009 14:26 TU
ທ່າທີ່ ຂອງປະເທດ ສຳຄັນ
ອາເມຣິກາ
ທ່ານ ບາຣັກ ໂອບາມາ ຮຽກຮ້ອງຕໍ່ ນາຍົກລັຖມົນຕຣີ ພະມ້າ ນາຍພົນ ຖັ່ນ ສ່ວຍ ໃຫ້ ປ່ອຍຕົວ ຍານາງ ອ່ອງ ສັນສຸກີ່ ຕອນທ່ານ ເຂົ້າຮ່ວມສົນທະນາ ກັບຜູ່ນຳ ຂອງ 10 ປະເທດ ອົງການ ອາຊຽນ
ມື້ວານນີ້, ຍານາງ ຮິນລາຣີ່ ກລິງຕັນ ລັຖມົນຕຣີ ການຕ່າງປະເທດ ອາເມຣິກາ ໄດ້ສົນທະນາ ກັບຄູ່ຕຳແໜ່ງ ຈີນ ທ່ານ ຢັງ ຈິເອຈິ ເປັນພິເສດ ຄຽງຂ້າງ ກອງປະຊຸມ ອາເປັກ ກ່ຽວກັບ ການປ່ຽນແປງ ອຸ່ນຫະພູມໃນອາກາດ, ເຣື້ອງ ນິວຄເລັຽ ເກົາຫຼີເໜືອ ແລະ ອິຣານ.
ຣັດເຊັຍ
ປະທານາທິບໍດີ ຣັດເຊັຍ ທ່ານ ເວດເມເດັບ ໄດ້ສັນຍາ ທີ່ສິງກະໂປ ວ່າ ຈະຍົກເລີກ ການປ້ອງກັນສິນຄ້າ ມາຈາກຕ່າງປະເທດ ໂດຍສະ ເພາະ ດ້ານລົດຍົນ ຫລັງຈາກ ສີ້ນສຸດ ວິກິດການເສຖກິດໂລກ.
ເພື່ອຊົດຊ່ວຍ ບໍຣິສັດ ຜລິດລົດຍົນ ທີ່ມີບັນຫາ ຝືດເຄືອງ, ຣັດເຊັຍ ໄດ້ໃຊ້ມາຕການ ຂື້ນພາສີ ລົດຍົນ ມາຈາກຕ່າງປະເທດ. ການຂາຍລົດ ທີ່ຜລິດໃນ ປະເທດ ເຊັ່ນ ລົດ ລາດາ ແລະ ລົດ ອັບໂຕວາຊ໌ ໄດ້ລຸດ ລົງ 50% ນັບແຕ່ຕົ້ນປີນີ້ມາ.
ທ່ານ ເວດເມເດັບ ໄດ້ປະກາດວ່າ ລັຖຍານ ຈະຊ່ວຍເງີນໃຫ້ແກ່ ບັນດາບໍຣິສັດ ທີ່ມີຄວາມຍຸ້ງຍາກ ດັ່ງກ່າວນີ້ ບໍ່ຕໍ່າກວ່າ 35 ພັນລ້ານ ໂດລາ ເພື່ອໃຫ້ມີໂອກາດຟື້ນຟູ ແລະ ອອກຈາກ ວິກິດການ.
ຈີນ-ໃຕ້ຫວັນ
ທີ່ ກອງປະຊຸມ ອົງການ ອາຊີ ປາຊີຟິກ ປະທານ ຫູ ຈິນທ່າວ ພົບພໍ້ ກັບ ທ່ານ ຫລຽນ ຈັນ ປະທາກິຕິມະສັກ ຂອງພັກ ກວາງມິນຕັງ ທີ່ ສິງກະໂປ ໃນຖານະ ເປັນເລຂາທິການໃຫຍ່ ພັກຄອມມູຍນິດຈີນ ແລະ ປະທານພັກ ຈີນຄນະຊາດນິຍົມ ເພື່ອສົນທະນາ ຢ່າງເປັນທາງ ການ ກ່ຽວກັບ ການຕົກລົງ-ໂຄງການ ຮ່ວມມືເສຖກິດ, ຊຶ່ງບໍ່ແມ່ນໃນ ລະດັບ ປະເທດ.
ທ່ານ ຫລຽນ ຈັນ ຖແລງວ່າ ການຕົກລົງ-ໂຄງການ ຮ່ວມມືເສຖກິດ ນີ້ສຳຄັນສຳຫລັບ ໃຕ້ຫວັນ ເພື່ອບໍ່ໃຫ້ຖືກ ປ່ອຍປະໃວ້ທາງຂ້າງ ໃນ ການຄ້າ ກັບ ສປ ຈີນ.
ຂ່າວສຳຄັນປະຈຳວັນ
22/01/2010 10:50 TU
20/01/2010 12:13 TU
ບົດວິເຄາະ
19/11/2009 13:43 TU
ຂ່າວອື່ນໆ