publicite publicite
 
ຄົ້ນຫາຂໍ້ມູນ

/ languages

Choisir langue
 

ບາຣັກ ໂອບາມາ ເດີນທາງເຖິງ ກຸງປັກກິ່ງ

ເວົ້າເຖິງ ທັງມິຕພາບ ແລະ ສິດທິມນຸດ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 16/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 16/11/2009 13:53 TU

ທ່ານປະທານາທິບໍດີອະເມຣິກັນ ບາຣັກ ໂອບາມາ ກຳລັງໂອ້ລົມກັບຄູ່ຕຳແໜ່ງຈີນ ທ່ານຫູ ຊິນ
ທ່າວ ເນື່ອງໃນໂອກາດ ທີ່ຜູ້ນຳຈີນຈັດອາຫານຄໍ່າລ້ຽງເປັນກຽດ ທີ່ກຸງປັກກິ່ງ ຄໍ່າມື້ນີ້ (ຈັນ 16
ພະຈິກ 2009) (ພາບ: Reuters)

ທ່ານປະທານາທິບໍດີອະເມຣິກັນ ບາຣັກ ໂອບາມາ ກຳລັງໂອ້ລົມກັບຄູ່ຕຳແໜ່ງຈີນ ທ່ານຫູ ຊິນ ທ່າວ ເນື່ອງໃນໂອກາດ ທີ່ຜູ້ນຳຈີນຈັດອາຫານຄໍ່າລ້ຽງເປັນກຽດ ທີ່ກຸງປັກກິ່ງ ຄໍ່າມື້ນີ້ (ຈັນ 16 ພະຈິກ 2009) (ພາບ: Reuters)

ທ່ານປະທານາທິບໍດີອະເມຣິກັນ ບາຣັກ ໂອບາມາ ເດີນທາງເຖິງກຸງປັກກິ່ງແລ້ວ
ໃນມື້ນີ້ ເປັນຂັ້ນຕອນທີ່ ສີ່ຂອງການສາລະເວຢ້ຽມຢາມ ຂົງເຂດເອເຊັຽແລະແປ
ຊີຟິກ ຂອງຜູ້ນຳອະເມຣິກັນ ຫລັງຈາກທີ່ຢ້ຽມ ຢາມນະຄອນຊຽງໄຮ້ ສິງຄະໂປ
ແລະ ໂຕກຽວມາແລ້ວ ທ່ານຈະປິດທ້າຍການສາລະເວທີ່ກຸງໂຊລ ປະເທດເກົາ
ຫລີໃຕ້ ກ່ອນເດີນທາງກັບ ສຫຣ ອະເມຣິກາ

ທີ່ສະໜາມບິນກຸງປັກກິ່ງ ທ່ານບາຣັກ ໂອບາມາ ໄດ້ຮັບການຕ້ອນຮັບໂດຍຮອງ
ປະທານາທິບໍດີ "ຊີ ຈິນປິງ" ທີ່ອາດຈະກາຍເປັນຜູ້ສືບຕໍ່ຕຳແໜ່ງ ໃນປີ 2012
ຂອງທ່ານປະທານາທິບໍດີ ຫູ ຊິນທ່າວ

ຜູ້ນໍາຈີນໄດ້ຈັດງານລ້ຽງເປັນກຽດແກ່ຜູ້ນໍາອະເມຣິກັນໃນຕອນຄໍ່າ ແລະ ຈະພົບ
ປະຫາລືກັບຜູ້ນໍາອະເມຣິ ກັນແບບແບບສອງຝ່າຍໃນມື້ອື່ນ ວັນອັງຄານ 17 ພະ
ຈິກ 2009

ເວົ້າເຖິງມິດຕະພາບແລະສິດທິມະນຸດ ກ່ອນເດີນທາງຈາກນະຄອນຊຽງໄຮ້ ສູ່ກຸງປັກກິ່ງ ໃນມື້ນີ້ ທ່ານປະທານາທິບໍດີ ບາຣັກ ໂອບາມາ ໄດ້ ໄປກ່າວປາໃສຕໍ່ໜ້າບັນດານັກສຶກສາທີ່ມະຫາວິທຍາໄລ "ສປ ຈີນ ແລະ ສຫຣ ອະເມຣິກາ ບໍ່ມີຫຍັງທີ່ຈະຕ້ອງມາແຂ່ງຂັນເຖິງຂັ້ນເປັນສັຕຣູກັນ" ແມ່ນຂໍ້ຄວາມ ຕອນໜຶ່ງທີ່ທ່ານໂອບາມາ ໄດ້ກ່າວດ້ວຍອາຣົມດີແລະດ້ວຍຄວາມຍິ້ມແຍ້ມແຈ່ມໃສ ທ່ານໄດ້ຢໍ້າອີກວ່າ ການພົວພັນທີ່ດີລະຫວ່າງສອງປະເທດ ມີແຕ່ຈະເຮັດໃຫ້ເກີດຄວາມອຸດົມສົມບູນແລະເກີດສັນຕິພາບເທົ່າ ນັ້ນ ແຕ່ຜູ້ນໍາອະເະມຣິກັນກໍບໍ່ລືມຢໍ້າເຖິງສິດເສຣີພາບໃນການສແດງຄວາມຄິດເຫັນ ສິດເສຣີພາບໃນການ ນັບຖືສາສນາ ແລະ ເສຣີພາບໃນການຮັບຂ່າວສານ ໃນນັ້ນຮວມທັງໃນ ສປ ຈີນ ນໍາດ້ວຍ "ທຸກຄົນຄວນໄດ້ຮັບຂໍ້ມູນຂ່າວສານ ໃນນັ້ນຮວມທັງບັນດາຊົນຊາດຊົນເຜົ່າແລະກຸ່ມສາສນາຕ່າງໆນໍາ ດ້ວຍ ບໍ່ວ່າໃນ ສປ ຈີນ ກໍຄືກັນກັບໃນ ສຫຣ ອະເມຣິກາ ແລະ ໃນບັນດາປະເທດອື່ນໆ" ທ່ານໂອບາ ມາໄດ້ກ່າວ ຖ້າຫາກວ່າຄໍາປາໃສຂອງບັນດາຜູ້ນໍາອະເມຣິກັນຄົນອື່ນ ເຄີຍໄດ້ຮັບການຖ່າຍທອດສົດມາກ່ອນໂດຍ ໂທຣະທັດແຫ່ງຊາດເມື່ອເວລາຢ້ຽມຢາມຈີນ ແຕ່ຄໍາປາໃສຂອງ ທ່ານບາຣັກ ໂອບາມາໄດ້ຮັບການ ຖ່າຍທອດສົດໂດຍໂທຣະທັດນະຄອນຊຽງໄຮ້ເທົ່ານັ້ນ ແລະ ຊ້າກວ່າການກ່າວສົດເລັກນ້ອຍ ທັງນີ້ ເພື່ອໃຫ້ເຈົ້າໜ້າທີ່ສາມາດ "ເຊັນເຊີ" ໄດ້ ໃນກໍຣະນີທີ່ຈໍາເປັນ ຢ່າງໃດກໍຕາມ ສໍານັກຂ່າວຈີນໃໝ່ ກໍຍັງໄດ້ນໍາຂໍ້ຄວາມການກ່າວຂອງທ່ານໂອບາມາ ອອກເຜີຍແຜ່ ໂດຍບໍ່ໄດ້ມີການເຊັນເຊີແຕ່ຢ່າງໃດ ພຽງແຕ່ເປັນຂ່າວຂຽນຜ່ານອິນເທີເນັຕ ບໍ່ມີສຽງແລະພາບເທົ່ານັ້ນ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU