publicite publicite
 
ຄົ້ນຫາຂໍ້ມູນ

/ languages

Choisir langue
 

ການພົວພັນ ຈີນ-ອະເມຣິກາ

ໂອບາມາ ແລະ ຫູ ຊິນທ່າວ ສອດຄ່ອງກັນ ໃນປັນຫາຮອບດ້ານ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 17/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 17/11/2009 14:34 TU

ທ່ານປະທານາທິບໍດີ ບາຣັກ ໂອບາມາ ແລະ
ຄູ່ຕໍາແໜ່ງຈີນ ທ່ານຫູ ຊິນທ່າວ ກຳລັງກວດ
ແຖວທະຫານກອງກຽກຕິຍົດ (Reuters)

ທ່ານປະທານາທິບໍດີ ບາຣັກ ໂອບາມາ ແລະ ຄູ່ຕໍາແໜ່ງຈີນ ທ່ານຫູ ຊິນທ່າວ ກຳລັງກວດ ແຖວທະຫານກອງກຽກຕິຍົດ (Reuters)

ປະທານາທິບໍດີອະເມຣິກັນ ບາຣັກ ໂອບາ
ມາ ແລະ ຄູ່ຕຳແໜ່ງຈີນ ຫູ ຊິນທ່າວ ມີ
ຄວາມເຫັນດີ ເຫັນພ້ອມນຳກັນ ຈະເຮັດ
ວຽກປະສານງານກັນ ເຖິງແມ່ນວ່າຜູ້
ນຳທັງສອງ ຍັງມີຄວາມເຫັນທີ່ແຕກຕ່າງ
ກັນຫລາຍດ້ານກໍຕາມ ເຊັ່ນ ປັນຫານິວ
ເຄລັຽເກົາຫລີເໜືອແລະອີຫຣ່ານ ປັນຫາ
ການຄ້າແລະຄ່າຂອງເງິນສະກຸນແຫ່ງ
ຊາດ ຂອງທັງສອງປະເທດ

ປັນຫາທີ່ຍັງມີການຂັດແຍ່ງກັນລະຫວ່າງສອງປະເທດມະຫາອໍານາດໃຫຍ່ຂອງໂລກ ສປ
ຈີນ ແລະ ສຫຣ ອະເມຣິກາ ກໍຄື ປັນຫານິວເຄລັຽຂອງເກົາຫລີເໜືອແລະອີຫຣ່ານ ປັນຫາ
ການຄ້າ ແລະ ຄ່າຂອງເງິນຫຍວນ ຕລອດເຖິງປັນຫາທີ່ກ່ຽວກັບກອງປະຊຸມນາໆຊາດ
ວ່າດ້ວຍການປ່ຽນແປງຂອງດິນຟ້າກາດ

ການທີ່ທັງສອງຜູ້ນໍາມີຄວາມເຫັນສອດຄ່ອງກັນ ທີ່ຈະເຮັດວຽກປະສານງານກັນເພື່ອ
ແກ້ໄຂປັນຫາທີ່ຍັງມີຄວາມເຫັນທີ່ແຕກຕ່າງທີ່ກ່າວນີ້ ມີຂຶ້ນເນື່ອງໃນໂອກາດທີ່ທັງສອງ
ຜູ້ນໍາຖແລງຕໍ່ຜູ້ສື່ຂ່າວຫລັງພົບປະ ຫາລືສອງຝ່າຍໃນມື້ນີ້ທີ່ກຸງປັກກິ່ງ ຊຶ່ງເປັນວັນທີ
ສາມຂອງການຢ້ຽມຢາມ ສປ ຈີນ ຂອງທ່ານປະທານາທິບໍດີອະເມຣິກັນ

ທັງໂອບາມາ ແລະ ຫູ ຊິນທ່າວຕ່າງກໍຮັບຮູ້ວ່າ ມີຄວາມຈໍາເປັນທີ່ສຸດທີ່ຈະຕ້ອງຕໍ່ສູ້ກັບ
ພາວະໂລກຮ້ອນ ໃນຖານະທີ່ວ່າ ສຫຣ ອະເມຣິກາ ແລະ ສປ ຈີນ ເປັນສອງປະເທດທີ່
ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍທີ່ສຸດໃນໂລກ ຖ້າປາສຈາກການຮ່ວມ
ໄມ້ຮ່ວມມືຈາກສອງປະເທດນີ້ແລ້ວ ກໍຍ່ອມເປັນໄປບໍ່ໄດ້ທີ່ກອງປະຊຸມສຸດຍອດນາໆຊາດ
ທີ່ "ໂຄເປັນເຮເກັນ" ທ້າຍປີນີ້ ຈະປະສົບຜົນສໍາເຣັດ

ທ່ານໂອບາມາ ໄດ້ເຜີຍໃຫ້ຜູ້ສື່ຂ່າວຊາບວ່າ ໃນການພົບປະໂອ້ລົມສອງຝ່າຍກັບຄູ່ຕໍາ
ແໜ່ງຈີນໃນມື້ນີ້ ປາກົດຜົນມີຄວາມກ້າວໜ້າໃນປັນຫາລົດຜ່ອນອຸນຫະພູມໂລກ

"ເປົ້າໝາຍຂອງພວກເຮົາ ບໍ່ແມ່ນຂໍ້ຕົກລົງທີ່ບໍ່ສົມບູນ ຫລື ຖແລງການຮ່ວມແບບລອຍໆ
ເທົ່ານັ້ນ ແຕ່ພວກເຮົາຕ້ອງການຂໍ້ຕົກລົງໃນທຸກເຣື່ອງຂອງການເຈຣະຈາ ແລະ ໃຫ້ມີ
ຜົນປະຕິບັດວ່ອງໄວ" ທ່ານໂອບາມາ ໄດ້ກ່າວອ້າງອີງເຖິງການເຈຣະຈາ "ໂຄເປັນເຮ
ເກັນ" ຊຶ່ງຫລາຍໆປະເທດໃນໂລກຕ່າງ ກໍຖ້າເບີ່ງຢູ່ວ່າສອງປະເທດທີ່ສ້າງຄວາມ
ເປື້ອນເປິໃຫ້ແກ່ອາກາດຫລາຍທີ່ສຸດນີ້ ຈະມີທ່າທີແນວໃດ ແລະ ຫລາຍໆປະເທດກໍ
ຫວັ່ນວິຕົກວ່າປັກກິ່ງແລະວໍຊິງຕັນຈະສ້າງຄວາມຜິດຫວັງແກ່ໂລກ ໃນປັນຫາຕໍ່ ສູ້ກັບພາ
ວະໂລກຮ້ອນ

ໃນສ່ວນທີ່ກ່ຽວກັບປັນຫານິວເຄລັຽເກົາຫລີເໜືອນັ້ນ ຜູ້ນຳທັງສອງກໍເຫັນດີນໍາກັນ ຈະຜັກ
ດັນໃຫ້ ເກົາຫລີເໜືອຫວນກັບຄືນສູ່ໂຕ໊ະເຈຣະຈາຫົກຝ່າຍ

ຈີນແລະອະເມຣິກາຍັງເຫັນພ້ອມນໍາກັນວ່າຕ້ອງຮ່ວມມືກັນເພື່ອເຮັດໃຫ້ເສຖກິດຂອງໂລກ
ຟື້ນຕົວ ແລະ ຍັງມີຄວາມເຫັນສອດຄ່ອງກັນຕື່ມອີກໃນປັນຫາຮອບດ້ານ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU