publicite publicite
 
ຄົ້ນຫາຂໍ້ມູນ

/ languages

Choisir langue
 

ໂອບາມາ ຢ້ຽມຢາມ ເກົາຫຼີໃຕ້

ຫລັງຈາກ ສປ ຈີນ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 18/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 18/11/2009 12:15 TU

ປະທານາທິບໍດີ ບາຣັກ ໂອບາມາ ແລະ ປະທານປະເທດ ຫູ ຈິນ ທ່າວReuters

ປະທານາທິບໍດີ ບາຣັກ ໂອບາມາ ແລະ ປະທານປະເທດ ຫູ ຈິນ ທ່າວ
Reuters

ປະທານາທິບໍດີ ບາຣັກ ໂອບາມາ ອອກຈາກ ປັກກິງ ມື້ນີ້ ເພື່ອໄປ ຢ້ຽມຢາມ ເກົາຫຼີໃຕ້ ຊຶ່ງເປັນປະເທດ ສຸດທ້າຍ ຂອງການສາຣະເວ ໃນເຂດອາຊີ ນຶ່ງອາທິດ. ກ່ອນໜ້ານີ້ ທ່ານໄດ້ໄປ ຍີ່ປຸ່ນ ແລະ ຮ່ວມປະຊຸມ ອາເປັກ ທີ່ ສິງກະໂປ

ຫລັງຈາກ ສີ້ນສຸດ ການຢ້ຽມຢາມ ສປ ຈີນ ແລ້ວ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ໄປ ປະເທດ ເກົາຫຼີໃຕ້ ຕໍ່ ໃນຖານະເປັນ ພັນທະມິຕກັນ ແລະເປັນປະເທດສຸດທ້າຍແຫ່ງການສາຣະເວ ໃນເຂດອາຊີ.

 

ທີ່ ສປ ຈີນ ມື້ວານນີ້, ທ່ານ ໂອບາມາ  ໄດ້ສົນທະນາ ກັບ ນາຍົກ ລັຖມົນຕຣີ ເວີນ ເຈັ້ຽປາວ ກ່ຽວກັບ ເຣື້ອງການຄ້າ ແລະມື້ກ່ອນນັ້ນ, ທ່ານໄດ້ສົນທະນາ ກັບປະທານປະເທດ ຫູ ຈິນທ່າວ.

 

ຈຸດປະສົງ ການຢ້ຽມຢາມ ເກົາຫຼີໃຕ້ ແມ່ນເພື່ອສົນທະນາ ບັນຫາ ນິວຄເລັຽ ເກົາຫຼີເໜືອ ແລະ ການຄ້າ ລະຫວ່າງ 2 ປະເທດ.

 

ເຖີງແມ່ນວ່າ ການສົນທະນາ ບໍ່ໄດ້ບັນລຸຜົນ ຢ່າງເປັນຮູບທັມ ນາມທັມ ກ່ຽວກັບ ຫລາຍໆເຣື້ອງສຳຄັນ ເຊັ່ນ : ເຣື້ອງການລຸດຜ່ອນ ອາຍພິດ ໃສ່ອາກາດ, ເຣື້ອງວິກິດການເສຖກິດ, ເຣື້ອງຄວາມຂັດແຍ້ງ ດ້ານ ການຄ້າ ແລະ ເຣື້ອງ ການປັບປຸງ ຂື້ນຄ່າ ເງີນຢວນ ນັ້ນກໍດີ, ແຕ່ ທັງສອງຝ່າຍ ກໍໄດ້ສະແດງ ຄວາມເພິ່ງພໍໃຈ ໃນການພົບປະ ສົນທະນາ ກັນ ຄັ້ງນີ້.

 

ທ່ານໂອບາມາ ກ່າວວ່າ "ປະທານ ຫູ ຈິນທ່າວ ແລະ ຂ້າພະເຈົ້າ ໄດ້ຕົກລົງໃຈນຳກັນ ຢ່າງເລິກຊຶ້ງ ໃນການເປັນຄູ່ຮ່ວມມື ທາງດ້ານ ຍຸທະສາດ ແລະ ໂຄງການຂຍາຍອອກກວ້າງ ໃນຫລາຍໆ ຂະແໜ່ງ ໃນລະດັບໂລກ  ຊຶ່ງຖືວ່າ ການຮ່ວມມື ລະວ່າງ ຈີນ ກັບ ອາເມຣິກາ ນີ້ ມີຄວາມສຳຄັນຍິ່ງ".

 

ນອກຈາກ ສັນລະເສີນ ແລະ ປະກາດເຈຕະດີຕໍ່ກັນ ແລ້ວ, ທັງສອງ ຝ່າຍ ຕ່າງ ກໍສາມາດ ສະລຸບໄດ້ວ່າ ຈີນ ແລະ ອາເມຣິກາ ບໍ່ມີຫຍັງ ຈະປ່ຽນແປງ ໃນລະຍະສັ້ນນີ້, ເພາະບໍ່ສາມາດ ຕົກລົງກັນໄດ້. ເຊັ່ນ :

 

ເຣື້ອງອັຕຣາ ເງີນຢວນ ທີ່ ອາເມຣິກາ ຖືວ່າ ມີຄ່າຕໍ່າເກີນໄປນັ້ນ ຄວນຍົກຄຸນຄ່າ ຂື້ນສູງກວ່າເກົ່າ ແຕ່ຈີນ ກໍບໍ່ເຫັນພ້ອມ.

 

ສິນຄ້າຈີນ ນອກຈາກ ຖ້ວມຕະລາດ ອາເມຣິກາ ແລ້ວ ຍັງຖ້ວມຕລາດ ໂລກອີກ ເພາະ ອັຕຣາເງີນຢວນ ຕໍ່າແລ້ວ ການຣາຄາຜລິດ ສິນຄ້າ ໃນຈີນ ກໍຍັງຕໍ່າອີກ.

 

ສ່ວນເຣື້ອງ ການເມືອງນັ້ນ ອາເມຣິກາ ໄດ້ຕຳນິ ສປ ຈີນ ຢ່າງອອກ ໜ້າອອກຕາ ກ່ຽວກັບ ສະພາບການ ປະຕິບັດ ສິດທິມະນຸດ ໃນຈີນ ແລະ ນະໂຍບາຍການເມືອງ ຂອງຈີນ ໃນ ຕິເບດ.

ທ່ານ ໂອບາມາ ເວົ້າກັບ ທ່ານ ຫູ ຈິນທ່າວ ວ່າ ທຸກຊົ່ນເຜົ່າ ຄວນຖືກ ນັບຖື ທາງດ້ານສິດທິມະນຸດ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU