publicite publicite
 
ຄົ້ນຫາຂໍ້ມູນ

/ languages

Choisir langue
 

ອັຟການິສຖານ

ປະທານາທິບໍດີ ກ໊າກຊ່າຍ ສາບານຕົວ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 19/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 19/11/2009 12:29 TU

ພິທີ ສາບານຕົວ ເຂົ້າຮັບຕຳແໜ່ງ ປະທານາທິບໍດີ ຂອງ ທ່ານ ກ໊າກຊ່າຍReuters

ພິທີ ສາບານຕົວ ເຂົ້າຮັບຕຳແໜ່ງ ປະທານາທິບໍດີ ຂອງ ທ່ານ ກ໊າກຊ່າຍ
Reuters

ໃນພິທີ ສາບານຕົວເຂົ້າຮັບຕຳແໜ່ງປະທານາທິບໍດີ ມື້ນີ້ ທ່ານ ກ໊າກຊ່າຍ ໄດ້ສັນຍາ ຕໍ່ໜ້າປະຊາຄົມສາກົນວ່າ ຈະຖອດຖອນ ບົດຮຽນ ທີ່ຜິດພາດມານັ້ນ ແລະຈະເຮັດໃຫ້ ວັທະນະທັມ ໃນ ການບໍ່ລົງໂທດ ຜູ່ກະທຳຜິດນັ້ນ ໝົດໄປ.

 

ຫລັງຈາກ ປະຊາຄົມສາກົນ ໄດ້ກົດດັນໃຫ້ ຜູ່ນຳອັຟການິສຖານ ປາບການສໍ້ລາດບັງຫລວງ ຢ່າງເຂັ້ມງວດ ແລະໃນທີ່ສຸດກໍຍອມຮັຍ ການຖືກເລືອກຕັ້ງທີ່ຜິດກະຕິກາ ດ້ວຍການລັກໂລບຄະແນນສຽງ ຂອງທ່ານ ກ໊າກຊ່າຍ ນັ້ນ ໄດ້ພາກັນ ຮັບຟັງ ຄຳປຣາສັຍ ຂອງທ່ານ ກ໊າກຊ່າຍ ຢ່າງເອົາໃຈໄສ່.

 

ທ່ານກ໊າກຊ່າຍ ເວົ້າວ່າ "ພວກເຮົາ ຕ້ອງຖອດຖອນບົດຮຽນ ຂອງ ຄວາມຜິດພາດ ແລະຄວາມຫລົ້ມເຫລວ ຂອງພວກເຮົາ ໃນ 8 ປີຜ່ານມາ. ສ່ວນ ກ່ຽວກັບ ວັທະນະທັມ ໃນການບໍ່ລົງໂທດ ຜູ່ ກະທຳຜິດ ນັ້ນກໍຕ້ອງໃຫ້ ສິ້ນສຸດ. ໂດຍສະເພາະ ຄະດີສໍ້ເລາດ ບັງຫລວງ.

 

ປະທານາທິບໍດີ ກ໊າກຊ່າຍ ຫວັງວ່າ ກຳລັງທະຫານ ຂອງ ອັຟກາ ນິສຖານ ຄົງຈະເອົາມາຕຣະການ ຄວາມປອດພັຍ ໃນປະເທດໄດ້ ໃນ ອານາຄົດຂ້າງໜ້ານີ້.

ແຕ່ປັດຈຸບັນນີ້, ທະຫານຕ່າງດ້າວ 100.000 ຄົນ ຈາກປະມານ 40 ປະເທດ ກຳລັງປະຕິບັດງານ ປ້ອງກັນຄວາມປອດພັຍ ແລະ ຄວາມ ໝັ້ນຄົງ ໃຫ້ ອັຟການິສຖານ ນີ້ຢູ່ ແລະ ອາເມຣິກາ ກໍຍັງກຳລັງ ພິຈາຣະນາ ຈະສົ່ງທະຫານ ເຂົ້າເພີ້ມອີກ ປະມານ 40.000 ຄົນ.

 

ທ່ານ ກ໊າກຊ່າຍ ກ່າວວ່າ ແຕ່ນີ້ ຫາ 3 ປີ ກຳລັງທະຫານ ອັຟກ່ານ ຈະສາມາດຄໍ້າປະກັນ ໃນເຂດທີ່ຂາດຄວາມປອດພັຍ ໃນປະເທດໄດ້.

 

ທ່ານກ້າກຊ່າຍ ອາຍຸ 51 ໄດ້ຖືກເລືອກເປັນ ປະທານາທິບໍດີ ອີກໃໝ່ ສຳຫລັບ 5 ປີ ຫລັງຈາກ ມີການຖົກຖຽງກັນ ວ່າມີການລັກໂລບຄະແນນສຽງ ແລະ ຫລັງຈາກ ຄູ່ແຂ່ງ ໄດ້ຖອນຕົວ ອອກຈາກ ການແຂ່ງຂັນ ໃໝ່ໃນຮອບທີ 2.

 

ໃນພິທີ ສາບານຕົວ ຕໍ່ໜ້າ ປະທານສານຍຸຕິທັມ ສູງສຸດ ມື້ນີ້, ມີແຂກ ຮັບເຊີນມາຮ່ວມ 800 ຄົນ ໃນນັ້ນມີ 300 ຄົນເປັນຊາວຕ່າງດ້າວ, ບຸກຄົນສຳຄັນຕ່າງປະເທດ ມີ ຍານາງ ຮິນລາຣີ່ ກລິງຕັນ ລັຖມົນ ຕຣີການຕ່າງປະເທດ ອາເມຣິກາ ແລະ ປະທານາທິບໍດີ ປາກີສຖານ ທ່ານ ສ໊າກດາຣີ່.

 

ອັຟການິສຖານ

19/11/2009

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU