ສຫະປະຊາຊາດ/ສິດທິມະນຸດ
ເກົາຫຼີເໜືອ ແລະພະມ້າ ຖືກປະນາມ
ໂດຍ ສຸກວິໄລ ຊ. Soukvilay S.
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 20/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 20/11/2009 12:25 TU

ທຸງສຫະປະຊາຊາດ (ພາບ : fotolia)
ຄນະກັມມາທິການ ສະເພາະກີຈ ສິດທິມະນຸດຊົນ ແຫ່ງອົງການ ສຫະປະຊາຊາດ ໄດ້ລົງຄວາມ ເຫັນ ສຽງສ່ວນຫຼາຍ ປະນາມ ເກົາຫຼີເໜືອ ແລະພະມ້າ ວ່າຍັງ ລະເມີດ ສິດທິມະນຸດ ຢ່າງຮ້າຍ ແຮງ. ສຳລັບ ເກົາຫຼີເໜືອນັ້ນ ມີການອອກສຽງ ເຫັນພ້ອມປະນາມ ໙໗ ຄັດຄ້ານ ໑໙ ບໍ່ອອກ ຄວາມເຫັນ ໖໕. ສ່ວນສຳລັບປະເທດ ພະມ້າ ຄນະກັມມາທິການ ສະເພາະກີຈສິດທິມະນຸດ ໄດ້ອອກສຽງ ເຫັນພ້ອມ ປະນາມ ໙໒ ຕໍ່ ໒໖ ສຽງຕ້ານ ໖໕ ບໍ່ອອກຄວາມເຫັນ.
ເຊີນກລິກຟັງ ຢູ່ລຸ່ມນີ້
ເກົາຫຼີເໜືອ ແລະພະມ້າ ຍັງລະເມີດສິດທິມະນຸດ ຢ່າງຮ້າຍແຮງ (3'34)